ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ ແລະ​ ຄວາມ​ຈະເລີນ​ຮຸ່ງເຮືອງ​ ຂອງ​ພາກ​ພື້ນ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຮ່ວມ​ມື​ສາມ​ຝ່າຍ


   ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 11 ພຶດສະພາ ນີ້​ວ່າ: ທ່ານ​ ວ່າງ​ເວີນ​ປີ່ນ ໂຄສົກ​ກະຊວງ​ການ​ຕ່າງປະເທດ​ຈີນ​​ຖະແຫຼງວ່າ: ທ່ານ ​ຊິນ​ກາງ ລັດ ຖະມົນຕີ​
ກະຊວງ​ການ​ຕ່າງປະ ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ສົນ ທະນາ​ລະດັບ​ລັດຖະ ມົນຕີ​ການ​ຕ່າງປະເທດ​ຈີນ-ອາ​ຟະ​ກາ​ນິດ​ສະຖານ-ປາ​ກິດ​ສະຖານ​ ຄັ້ງທີ 5 ຢູ່​ປາ​ກິດ​ສະ ຖານ ​ໃນ​ຫວ່າງ​ ມໍ່ໆ​ນີ້.    ທ່ານ ​ວ່າງ​ເວີນ​ປີ່ນ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ສົນທະນາ​ລະດັບ​ລັດຖະມົນຕີ​ການ​ຕ່າງປະເທດ​ຈີນ-ອາ​ຟະ​ກາ​ນິດ​ສະຖານ-ປາ​ກິດ​ສະຖານ ຄັ້ງ​ທຳ​ອິດ​ຫຼັງ​ຈາກ​ສະຖານະ​ການ​​ອາຟະ​ກາ​ນິດ​ສະ ຖານ​ເກີດ​ການ​ປ່ຽນແປງ​ຢ່າງ​ຫຼວງຫຼາຍ​ໃນ​ປີ 2021 ເປັນຕົ້ນ​ມາ, ເປັນ​ຂີດ​ໝາຍ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ລິ​ ເລີ່ມ​ກົນ​ໄກ​ການ​ຮ່ວມ​ມື​ສາມ​ຝ່າຍ​ຄືນໃໝ່.ສາມ​ຝ່າຍ​ເນັ້ນ​ໜັກ​ວ່າ: ​ບໍ່​ສາ ມາດ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​​ອາ ຟ​ະກາ​ນິດ​ສະຖານ​ໄດ້, ຕ້ອງ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ​ ແລະ​ການ​ສ້າງ ສາ​ຄືນໃໝ່​ຂອງ​ອາ​ຟະ​ກາ​ນິດ​ສະຖານ.ທວງ​ໃຫ້​ປະເທດ​ທີ່​ກ່ຽວຂ້ອງ​ທີ່​ໄດ້​ແບກ​ຫາບ​ໜ້າທີ່​ຄວາມ​ຮັບຜິດຊອບ​ຕໍ່​ສະຖານະ​ການ​​ ອາຟ​ະກາ​ນິດ​ສະຖານ​ໃນ​ປັດ ຈຸບັນ​ນັ້ນ​ຍົກເລີກ​ການ​ລົງໂທດ​ພຽງ​ແຕ່​ຝ່າຍ​ດຽວ​ຕໍ່​ອາ​ຟະ​ກາ​ນິດ​ສະຖານ ເພື່ອ​ຜົນ​ປະ ໂຫຍດ​ຂອງ​ປະຊາຊົນ​ອາ​ຟະ​ກາ​ນິດ​ສະຖານ.   ທ່ານ​ວ່າງ​ເວີນ​ປີ່ນ​ກ່າວ​ຕື່ມ​ວ່າ:ຈີນ​ຍິນ​ດີ​ຜ່ານ​ຊ່ອງ​ທາງ​ການ​ຮ່ວມ​ມື​ສາມ​ຝ່າຍ ຈີນ-ອາ​ຟະ​ກາ​ນິດ​ສະຖານ-ປາ​ກິດ​ສະຖານ,ເພີ່ມ​ຕື່ມ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ ​ໃກ້​ເຮືອນ​ຄຽງ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ, ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ເພື່ອ​ຕ້ານ​ກັບ​ການ​ກໍ່​ການ​ຮ້າຍ, ປົກ​ປັກ​ຮັກສາ​ ແລະ ​ຊຸກຍູ້​ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ ເລີນ​ຮຸ່ງເຮືອງ​ຂອງ​ພາກ​ພື້ນ.              

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/05/2023